lo_gen_tn_l3/26/23.txt

22 lines
3.0 KiB
Plaintext

[
{
"title": "​ອີຊາກ​ໄດ້ຂຶ້ນໄປ​ຈາກທີ່ນັ້ນ ໄປຍັງເມືອງເບເອນເຊບາ",
"body": "ໃນນີ້ຄຳວ່າ “ໄດ້ຂຶ້ນໄປ” ອາດຈະເປັນການອ້າງອີງເຖິງການໄປທາງທິດເຫນືອ. ໃຫ້ໃຊ້ຄຳເວົ້າທີ່ສະແດງເຖິງການທີ່ລາວໄດ້ອອກເດີນທາງ ໄປໃຫ້ເປັນທຳມະຊາດຫລາຍທີ່ສຸດ ໃນພາສາຂອງທ່ານ. ອາດແປໄດ້ອີກວ່າ: \"ອີຊາກໄດ້ອອກຈາກທີ່ນັ້ນ ແລະ ໄປທີ່ມືອງເບເອນເຊບາ"
},
{
"title": "ເຊື້ອສາຍ​ທັງຫລາຍຂອງເຈົ້າທະວີຫລາຍຂຶ້ນ",
"body": "\"ຈະເຮັດໃຫ້ລູກຫລານຂອງເຈົ້າເພີ່ມຂື້ນຢ່າງຫລວງຫລາຍ\" ຫລື \"ຈະເຮັດໃຫ້ລູກຫລານຂອງທ່ານ ເປັນຈຳນວນຫລວງຫລາຍ\""
},
{
"title": "ເພາະເຫັນ​ແກ່ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ",
"body": "\"ສຳລັບອັບຣາຮາມຜູ້ຮັບໃຊ້ຂອງຂ້າພະເຈົ້າ\" ຫລືທ່ານສາມາດເຮັດໃຫ້ຄວາມຫມາຍເຕັມເຊັດເຈນຍິ່ງຂື້ນ. ອາດແປໄດ້ອີກວ່າ: \"ເພາະວ່າຂ້ອຍໄດ້ສັນຍາກັບອັບຣາຮາມຜູ້ຮັບໃຊ້ຂອງຂ້ອຍວ່າ ຂ້ອຍຈະເຮັດສິ່ງນີ້\" (ເບິ່ງເພີ່ມເຕີມ: figs_explicit)"
},
{
"title": "ອີຊາກ​ໄດ້​ສ້າງ​ແທ່ນບູຊາທີ່ນັ້ນ ",
"body": "ທ່ານສາມາດອະທິບາຍໃຫ້ລະອຽດວ່າເປັນຫຍັງອີຊາກຈຶ່ງສ້າງແທ່ນບູຊາ. ອາດແປໄດ້ອີກວ່າ: \"ອີຊາກໄດ້ສ້າງແທ່ນບູຊາຢູ່ທີ່ນັ້ນ ເພື່ອເປັນເຄື່ອງບູຊາຖວາຍແກ່ພຣະຢາເວ\" (ເບິ່ງເພີ່ມເຕີມ: figs_explicit)"
},
{
"title": "ໄດ້​ຮ້ອງອອກ​ພຣະນາມພຣະຢາເວ",
"body": "ການ “ຮ້ອງ” ຫມາຍເຖິງການອະທິຖານ ຫລື ການນະມັດສະການ. ຕໍ່ໄປນີ້ແມ່ນ \"ຊື່\" ຫມາຍເຖິງພຣະຢາເວ. ອາດແປໄດ້ອີກວ່າ: \"ອະທິຖານຫາພຣະຢາເວ\" ຫລື \"ນະມັດສະການພຣະຢາເວ\" (ເບິ່ງເພີ່ມເຕີມ: figs_metonymy)"
}
]