lo_gen_tn_l3/20/04.txt

30 lines
4.7 KiB
Plaintext

[
{
"title": "ຂະນະນັ້ນ.....ນາງ",
"body": "ຄຳສັບນີ້ຖືກນຳໃຊ້ ໃນປະໂຫຍກນີ້ເພື່ອຫມາຍເຖິງການປ່ຽນແປງຈາກເລື່ອງເລົ່າມາເປັນຂໍ້ມູນກ່ຽວກັບ ອາບີເມເຫລັກ. (ເບິ່ງເພີ່ມເຕີມ: writing_background)"
},
{
"title": "ອາບີເມເຫລັກຍັງບໍ່ໄດ້ເຂົ້າໃກ້ນາງ ",
"body": "ນີ້ແມ່ນວິທີການເວົ້າແບບສຸພາບ ທີ່ວ່າລາວບໍ່ທັນໄດ້ຮ່ວມເພດກັບນາງ. ອາດແປໄດ້ອີກວ່າ: \"ອາບີເມເຫລັກຍັງບໍ່ໄດ້ນອນກັບຊາຣາ\" ຫລື \"ອາບີເມເຫລັກຍັງບໍ່ໄດ້ແຕະຕ້ອງຊາຣາ\" (ເບິ່ງເພີ່ມເຕີມ: figs_euphemism)"
},
{
"title": "ປະຊາຊົນທີ່ບໍ່ມີຄວາມຜິດບໍ",
"body": "ໃນນີ້ຄຳວ່າ “ປະຊາຊົນ” ຫມາຍເຖິງຄົນ. ອາບີເມເຫລັກກັງວົນວ່າພຣະເຈົ້າຈະລົງໂທດບໍ່ພຽງແຕ່ຕົວລາວເທົ່ານັ້ນ, ແຕ່ປະຊາຊົນຂອງລາວນຳອີກ. ອາດແປໄດ້ອີກວ່າ: \"ແມ່ນແຕ່ຄົນທີ່ບໍລິສຸດ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ເຂົາເອງບໍ່ແມ່ນບໍທີ່ບອກກັບຂ້ານ້ອຍວ່າ, 'ນາງເປັນນ້ອງສາວຂອງລາວ. ແລະ ຕົວນາງເອງກໍໄດ້ເວົ້າວ່າເຂົາຄືອ້າຍຂອງລາວ.'",
"body": "ປະໂຫຍກນີ້ແມ່ນອ້າງອີງຄຳເວົ້າໃນວົງຢືມ. ພວກມັນສາມາດຖືກກ່າວເຖິງ ເປັນຂໍ້ອ້າງອີງທາງອ້ອມ. ອາດແປໄດ້ອີກວ່າ: \"ແມ່ນແຕ່ນາງເອງບໍ່ໄດ້ບອກຂ້ານ້ອຍວ່ານາງເປັນນ້ອງສາວຂອງລາວບໍ?"
},
{
"title": "ເຂົາເອງບໍ່ແມ່ນບໍທີ່ບອກກັບຂ້ານ້ອຍວ່າ, 'ນາງເປັນນ້ອງສາວຂອງລາວ?'",
"body": "ອາບີເມເຫລັກໄດ້ໃຊ້ຄຳຖາມນີ້ເພື່ອຢໍ້າເຕືອນ ພຣະເຈົ້າກ່ຽວກັບບາງສິ່ງທີ່ພຣະເຈົ້າຮູ້ແລ້ວ. ນີ້ສາມາດແປເປັນປະໂຫຍກຫນຶ່ງ. ອາດແປໄດ້ອີກວ່າ: \"ອັບຣາຮາມເອງໄດ້ບອກຂ້ານ້ອຍວ່ານາງແມ່ນນ້ອງສາວຂອງຂ້ອຍ.\" ຫລື \"ອັບຣາຮາມໄດ້ກ່າວວ່ານາງແມ່ນນ້ອງສາວຂອງລາວ.\" (ເບິ່ງເພີ່ມເຕີມ: figs_rquestion)"
},
{
"title": "ບໍ່ແມ່ນບໍທີ່ບອກກັບຂ້ານ້ອຍວ່າ....ຕົວນາງເອງ",
"body": "ຄຳເວົ້າທີ່ວ່າ \"ລາວເອງ\" ແລະ \"ນາງເອງ\" ແມ່ນໃຊ້ເພື່ອເນັ້ນເຖິງອັບຣາຮາມ ແລະ ຊາຣາ ແລະ ກ່າວໂທດພວກເຂົາສຳລັບສິ່ງທີ່ເກີດຂື້ນ. (ເບິ່ງເພີ່ມເຕີມ: figs_rpronouns)"
},
{
"title": "ຂ້ານ້ອຍໄດ້ເຮັດສິ່ງນີ້ດ້ວຍຄວາມບໍຣິສຸດໃຈຂອງຂ້ານ້ອຍ ແລະ ມືບໍ່ໄດ້ເຮັດຜິດຫຍັງເລີຍ.\"",
"body": "ໃນນີ້ຄຳວ່າ “ໃຈ” ຫມາຍເຖິງຄວາມຄິດ ຫລື ຄວາມຕັ້ງໃຈຂອງລາວ. ຄຳວ່າ \"ມື\" ຍັງຫມາຍເຖິງການກະທຳຂອງລາວ. ອາດແປໄດ້ອີກວ່າ: \"ຂ້ານ້ອຍໄດ້ເຮັດສິ່ງນີ້ດ້ວຍຄວາມຕັ້ງໃຈ ແລະ ການກະທຳທີ່ດີ\" ຫລື \"ຂ້ານ້ອຍໄດ້ເຮັດສິ່ງນີ້ໂດຍບໍ່ມີຄວາມຄິດ ແລະ ການກະທຳທີ່ຊົ່ວຮ້າຍໃດໆ\" (ເບິ່ງເພີ່ມເຕີມ: figs_metonymy)"
}
]