[ { "title": "ເຮົາ​ຄືຟາໂຣ, ແລະ​ທົ່ວທັງແຜ່ນດິນ​ເອຢິບ​ນີ້, ບໍ່ມີໃຜ​ທີ່ຈະຍົກມື", "body": "ຟາໂຣໄດ້ເນັ້ນຫນັກເຖິງອໍານາດຂອງຕົນ. ອາດແປໄດ້ອີກວ່າ: \"ໃນຖານະເປັນຟາໂຣ, ຂ້າພະເຈົ້າສັ່ງວ່ານອກຈາກທ່ານ\"" }, { "title": "ທົ່ວທັງແຜ່ນດິນເອຢິບ​ນີ້, ບໍ່ມີໃຜ​ທີ່ຈະຍົກມື ຫລືຍົກຕີນຂອງ​ເຂົາໄດ້​ ນອກຈາກເຈົ້າຈະອະນຸຍາດ​", "body": "ໃນນີ້ຄຳວ່າ “ມື” ແລະ “ຕີນ” ຫມາຍເຖິງການກະທຳຂອງບຸກຄົນ. ອາດແປໄດ້ອີກວ່າ: \"ບໍ່ມີໃຜໃນເອຢີບຈະເຮັດຫຍັງເລີຍ ໂດຍບໍ່ໄດ້ຮັບອະນຸຍາດຈາກທ່ານ\" ຫລື \"ທຸກໆ ຄົນໃນເອຢີບຕ້ອງຂໍອະນຸຍາດຈາກທ່ານກ່ອນ ທີ່ພວກເຂົາຈະເຮັດຫຍັງກໍຕາມ\" (ເບິ່ງເພີ່ມເຕີມ: figs_metonymy)" }, { "title": "ບໍ່ມີໃຜ​", "body": "ໃນນີ້ຄຳວ່າ \"ຜູ້ຊາຍ\" ຫມາຍເຖິງບຸກຄົນທົ່ວໄປບໍ່ວ່າຈະເປັນຍິງ ແລະ ຊາຍ. (ເບິ່ງເພີ່ມເຕີມ: figs_gendernotations)" }, { "title": "ຊາເຟນາດປາເນອາ", "body": "ຜູ້ແປອາດຈະເພີ່ມຄວາມຫມາຍດັ່ງຕໍ່ໄປນີ້: ຊື່ ຊາເຟນາດປາເນອາ ຫມາຍຄວາມວ່າ \"ຜູ້ເປີດເຜີຍຄວາມລັບ\". (ເບິ່ງເພີ່ມເຕີມ: translate_names)" }, { "title": "ພະອົງປະທານນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ, ປະໂລຫິດ​ຂອງ​ເມືອງ​ໂອນ ​ເປັນ​ເມຍ​ຂອງເຂົາ", "body": "ປະໂລຫິດໃນປະເທດເອຢິບແມ່ນຄົນຊັ້ນສູງ ແລະ ມີສິດທິພິເສດທີ່ສຸດ. ການແຕ່ງດອງນີ້ສະແດງເຖິງສະຖານະແຫ່ງກຽດຕິຍົດ ແລະ ສິດທິພິເສດຂອງໂຢເຊັບ. (ເບິ່ງເພີ່ມເຕີມ: translate_symaction)" }, { "title": "ປະທານນາງ​ອາເສນາດ​", "body": "\"ນາງອາເສນາດ\" ແມ່ນຊື່ຂອງຜູ້ຍິງທີ່ຟາໂຣມອບໃຫ້ໂຢເຊັບໃຫ້ເປັນເມຍຂອງລາວ. (ເບິ່ງເພີ່ມເຕີມ: translate_names)" }, { "title": "ລູກສາວ​ຂອງ​ໂປຕີເຟຣາ", "body": "\"ໂປຕີເຟຣາ\" ແມ່ນພໍ່ຂອງອາເສນາດ. (ເບິ່ງເພີ່ມເຕີມ: translate_names)" }, { "title": "ປະໂລຫິດ​ຂອງ​ເມືອງ​ໂອນ", "body": "ໂອນແມ່ນເມືອງຫນຶ່ງຊື່ວ່າເຮລີໂອໂປລິດ, ເຊິ່ງແມ່ນ \"ເມືອງແຫ່ງດວງຕາເວັນ\" ແລະເປັນສູນກາງຂອງການນະມັດສະການ ພະເຈົ້າແສງຕາເວັນ ພະເຈົ້າຣາ. (ເບິ່ງເພີ່ມເຕີມ: translate_names)" }, { "title": "ໂຢເຊັບໄດ້ອອກໄປທົ່ວແຜ່ນດິນເອຢິບ", "body": "ໂຢເຊັບໄດ້ເດີນທາງໄປທົ່ວແຜ່ນດິນເພື່ອຊີ້ນຳການກະກຽມ ສຳລັບຄວາມແຫ້ງແລ້ງທີ່ກຳລັງຈະມາເຖິງ." } ]