[ { "title": "ຣາເຊັນ ແລະ​​ເລອາ​ໄດ້ຕອບ ແລະເວົ້າກັບ​ເພິ່ນ​ວ່າ", "body": "ນີ້ບໍ່ໄດ້ຫມາຍຄວາມວ່າພວກເຂົາເວົ້າໃນເວລາດຽວກັນ. ແຕ່ມັນເນັ້ນເຖິງວ່າພວກເຂົາໄດ້ຕົກລົງກັນ." }, { "title": "ຍັງ​ຈະມີສ່ວນໃດ ຫລືມໍຣະດົກ​​ເຫລືອ​ສຳລັບພວກເຮົາໃນບ້ານຂອງພໍ່​ອີກບໍ?", "body": "ຣາເຊັນ ແລະ ເລອາໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າ ພໍ່ຂອງພວກເຂົາບໍ່ໄດ້ປະຫຍັງໄວ້ໃຫ້ພວກເຂົາເລີຍ. ອາດແປໄດ້ອີກວ່າ: \"ມັນບໍ່ມີຫຍັງເຫລືອໄວ້ສຳລັບພວກເຮົາທີ່ຈະສືບທອດ ຈາກພໍ່ຂອງພວກເຮົາ!\" (ເບິ່ງເພີ່ມເຕີມ: figs_rquestion)" }, { "title": "ເພິ່ນ​ບໍ່ໄດ້ເຮັດກັບເຮົາ​ຄື​ຄົນຕ່າງຊາດບໍ?", "body": "ພວກເຂົາໃຊ້ຄຳຖາມເພື່ອສະແດງຄວາມໂກດແຄ້ນຂອງພວກເຂົາກ່ຽວກັບວິທີທີ່ພໍ່ຂອງພວກເຂົາປະຕິບັດກັບພວກເຂົາ. ປະໂຫຍກນີ້ຍັງສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: \"ພໍ່ຂອງພວກເຮົາປະຕິບັດກັບພວກເຮົາ ຄືກັບແມ່ຍິງຕ່າງຊາດແທນທີ່ຈະປະຕິບັດເຫມືອນກັບເປັນລູກສາວ!\" (ເບິ່ງເພີ່ມເຕີມ: figs_rquestion ແລະ figs_activepassive)" }, { "title": "ເພາະເພິ່ນໄດ້​ຂາຍ​ເຮົາ ", "body": "ປະໂຫຍກນີ້ສາມາດເຮັດໃຫ້ມີຄວາມຊັດເຈນກວ່າ. ອາດແປໄດ້ອີກວ່າ: \"ລາວໄດ້ຂາຍພວກເຮົາ ເພື່ອຜົນປະໂຫຍດຂອງຕົນເອງ\" (ເບິ່ງເພີ່ມເຕີມ: figs_explicit)" }, { "title": "ໄ​ດ້ໃຊ້ເງິນຂອງເຮົາໄປຫມົດແລ້ວດ້ວຍ", "body": "ລາບານໃຊ້ເງິນຈົນຫມົດກ້ຽງ ເງິນທີ່ລາວຄວນຈະເອົາໃຫ້ແກ່ລູກສາວຂອງລາວເວົ້າປຽບທຽບຕົວລາບານ ເປັນເຫມືອນກັບສັດຮ້າຍທີ່ກັດກິນເງິນນັ້ນເປັນເຫມືອນອາຫານ. ອາດແປໄດ້ອີກວ່າ: \"ລາວໄດ້ໃຊ້ເງິນຂອງພວກເຮົາຫມົດສິ້ນ\" (ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ດຽວນີ້ມັນເປັນ​ຂອງ​ພວກເຮົາ​ ແລະ​ລູກໆ ທັງຫລາຍຂອງພວກເຮົາ", "body": "\"ເປັນ​ຂອງ​ພວກເຮົາ​ ແລະ​ລູກໆ ທັງຫລາຍຂອງພວກເຮົາ\"" }, { "title": "ບັດນີ້", "body": "ໃນນີ້ຄຳວ່າ \"ບັດນີ້\" ບໍ່ໄດ້ຫມາຍຄວາມວ່າ \"ໃນເວລານີ້,\" ແຕ່ຖືກນຳໃຊ້ເພື່ອເນັ້ນຄວາມສົນໃຈຕໍ່ຈຸດສຳຄັນທີ່ຕິດຕາມມາ." }, { "title": "ທ່ານຈົ່ງ​ເຮັດ​ໃນສິ່ງ​ທີ່​ພຣະເຈົ້າ​ໄດ້​ບອກ​ທ່ານເຖີດ", "body": "\"ຈົ່ງ​ເຮັດ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ບອກ​ທ່ານເຖີດ\"" } ]