1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 41 \v 42 41ເອຊາວໄດ້ກຽດຊັງຢາໂຄບ ເພາະຄຳອວຍພອນທີ່ພໍ່ຂອງເພິ່ນໄດ້ໃຫ້ແກ່ເຂົາ. ເອຊາວໄດ້ເວົ້າໃນໃຈຂອງເພິ່ນວ່າ, “ວັນເວລາແຫ່ງຄວາມໂສກເສົ້າສຳລັບພໍ່ຂອງເຮົາກໍາລັງເຂົ້າມາໃກ້; ຫລັງຈາກນັ້ນ ເຮົາກໍຈະຂ້ານ້ອງຊາຍຂອງເຮົາຄືຢາໂຄບ.” 42ຖ້ອຍຄຳຂອງເອຊາວ ລູກຊາຍກົກຂອງນາງໄດ້ຖືກນຳມາບອກໃຫ້ເຣເບກາຮູ້ດັ່ງນັ້ນນາງຈຶ່ງໄດ້ໃຊ້ຄົນໄປແລະເອີ້ນຢາໂຄບລູກຊາຍຜູ້ເປັນນອ້ງມາ ແລະເວົ້າກັບເຂົາວ່າ, “ເບິ່ງເຖີດ ອ້າຍຂອງເຈົ້າເອຊາວກຳລັງປອບໃຈຕົວເອງກ່ຽວກັບເຈົ້າໂດຍການວາງແຜນທີ່ຈະຂ້າເຈົ້າ. |