1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 6 \v 7 \v 8 6ດັ່ງນັ້ນ ອີຊາກຈຶ່ງອາໄສຢູ່ທີ່ເມືອງເກຣາກ. 7ເມື່ອຜູ້ຊາຍຊາວເມືອງຖາມກ່ຽວກັບເມຍຂອງເພິ່ນ ເພິ່ນກໍຕອບພວກເຂົາວ່າ ນາງເປັນນ້ອງສາວ. ເພິ່ນບໍ່ກ້າເວົ້າວ່ານາງເປັນເມຍຂອງຕົນ ເພາະຢ້ານພວກຜູ້ຊາຍຊາວເມືອງນີ້ຂ້າເພິ່ນ ແລະເອົານາງເຣເບກາຜູ້ເປັນຍິງສວຍງາມນີ້ໄປ. 8ເມື່ອອີຊາກອາໄສຢູ່ໃນເມືອງນີ້ຊົ່ວໄລຍະໜຶ່ງແລ້ວ ເຈົ້າອາບີເມເຫຼັກກະສັດຂອງຊາວຟີລິດສະຕິນໄດ້ຫລຽວລົງມາຈາກປ່ອງຢ້ຽມ ແລະເຫັນອີຊາກກຳລັງກອດນາງເຣເບກາເມຍຂອງຕົນຢູ່. |