lo_gen_text_ulb_l3/02/18.txt

1 line
1.5 KiB
Plaintext

\v 18 ພຣະເຈົ້າໄດ້ກ່າວວ່າ,"ບໍ່ເປັນກາານດີທີ່ຜູ້ຊາຍຈະຢູ່ຄົນດຽວ,ເຮົາຈະສ້າງຜູ້ຊ່ວຍເຫລືອທີ່ເຫມາະສົມສຳລັບເຂົາ." \v 19 ພຣະຢາເວ ພຣະເຈົ້າຈຶ່ງເອົາຂີ້ດິນຈາກພື້ນດິນຊົງສ້າງສັດທຸກຕົວຂອງທ້ອງທົ່ງແລະນົກທຸກຕົວຂອງທ້ອງຟ້າ.ຈາກນັ້ນພຣະອົງກໍໄດ້ນຳພວກມັນມາໃຫ້ມະນຸດເພື່ອ ເບິ່ງວ່າເຂົາຈະເອີ້ນພວກມັນວ່າຢ່າງໃດ,ບໍ່ວ່າຜູ້ຊາຍນັ້ນຈະເອີ້ນສິ່ງມີຊີວິດແຕ່ລະຊະນິດນັ້ນວ່າຢ່າງໃດ,ນັ້ນກໍ່ຄືຊື່ຂອງພວກສັດເຫລົ່ານັ້ນ. \v 20 ຜູ້ຊາຍໄດ້ຕັ້ງຊື່ໃຫ້ບັນດາສັດລຽ້ງ ແລະນົກທັງຫລາຍຂອງທ້ອງຟ້າແລະພວກສັດປ່າຂອງທ້ອງທົ່ງ.ແຕ່ສຳລັບຕົວຜູ້ຊາຍເອງນັ້ນບໍ່ພົບວ່າມີຜູ້ຊ່ວຍເຫລືອທີ່ເຫມາະສົມສຳລັບເຂົາ.