lo_gen_text_ulb_l3/34/24.txt

2 lines
1.4 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 24 \v 25 \v 26 24ປະຊາຊົນທຸກຄົນຕ່າງກໍເຫັນດີເຫັນພ້ອມນຳສິ່ງທີ່ຮາໂມກັບຊີເຄມໄດ້ສະເໜີມານັ້ນ; ສະນັ້ນ ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ນີ້​ຈຶ່ງ​ພາກັນ​ຮັບ​ພິທີຕັດ.
25ສາມວັນຕໍ່ມາ ໃນ​ຂະນະທີ່​ພວກ​ຜູ້ຊາຍ​ຊາວ​ເມືອງ​ຍັງ​ເຈັບປວດ​ຢູ່ ເພາະ​ຮັບ​ພິທີຕັດ​ນັ້ນ; ລູກຊາຍ​ສອງ​ຄົນ​ຂອງ​ຢາໂຄບ ຄື​ຊີເມໂອນ​ແລະ​ເລວີ​ຜູ້​ເປັນ​ອ້າຍ​ຂອງ​ນາງ​ດີນາ ໄດ້​ຖື​ດາບ​ເຂົ້າ​ໄປ​ໃນ​ເມືອງ​ຢ່າງ​ບໍ່ມີ​ໃຜ​ຄິດ​ສົງໄສ ແລະ​ສັງຫານ​ພວກ​ຜູ້ຊາຍ​ທັງໝົດ​ໃນ​ເມືອງ​ຖິ້ມ 26ລວມທັງຮາໂມ ແລະ​ຊີເຄມ​ລູກຊາຍ​ຂອງ​ລາວ​ດ້ວຍ. ແລ້ວ​ພວກເຂົາ​ກໍໄດ້​ພາ​ນາງ​ດີນາ​ໜີ​ອອກ​ຈາກ​ເຮືອນ​ຂອງ​ຊີເຄມ.