lo_gen_text_ulb_l3/24/12.txt

1 line
2.1 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 12 \v 13 \v 14 12ລາວພາວັນນາອະທິຖານພຣະເຈົ້າວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງ​ຂ້ານ້ອຍ; ຂໍໂຜດ​ໃຫ້​ຂ້ານ້ອຍ​ເຮັດ​ສຳເລັດ​ໜ້າທີ່​ໃນ​ມື້ນີ້​ດ້ວຍ ແລະ​ຂໍໂຜດ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ມີ​ຕໍ່​ນາຍ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ. 13ຂ້ານ້ອຍກຳລັງຢູ່ແຄມນໍ້າສ້າງນີ້ ຄື​ບ່ອນ​ທີ່​ບັນດາ​ຍິງ​ສາວ​ຊາວ​ເມືອງ​ກຳລັງ​ອອກ​ມາ​ຕັກ​ນໍ້າ. 14ຂ້ານ້ອຍຈະເວົ້າກັບຍິງຜູ້ໜຶ່ງວ່າ, ‘ກະລຸນາ​ປົງ​ໄຫ​ຂອງ​ເຈົ້າ​ລົງ ແລະ​ໃຫ້​ຂ້ອຍ​ດື່ມ​ນໍ້າ​ຈາກ​ໄຫ​ຂອງ​ເຈົ້າ​ແດ່. ຖ້າ​ນາງ​ຕອບ​ວ່າ, ‘ເຊີນ​ດື່ມ​ແມ ແລະ​ຫລານ​ຈະ​ເອົາ​ໃຫ້​ຝູງ​ອູດ​ຂອງ​ລຸງ​ກິນ​ນຳ​ດ້ວຍ’ ຂໍ​ໃຫ້​ຍິງ​ສາວ​ຜູ້ນັ້ນ​ເປັນ​ຜູ້​ທີ່​ພຣະອົງ​ຊົງ​ເລືອກ​ໄວ້​ໃຫ້​ເປັນ​ເມຍ​ອີຊາກ ຜູ້ຮັບໃຊ້​ຂອງ​ພຣະອົງ​ທ້ອນ. ຖ້າ​ເປັນ​ເຊັ່ນນີ້ ຂ້ານ້ອຍ​ຈະ​ຮູ້​ໄດ້​ວ່າ​ພຣະອົງ​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ມີ​ຕໍ່​ນາຍ​ຂອງ​ຂ້ານ້ອຍ.”