lo_gen_text_ulb_l3/24/05.txt

2 lines
1.5 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 5 \v 6 \v 7 5ແຕ່ຄົນຮັບໃຊ້ຖາມວ່າ, “ຈະ​ເຮັດ​ແນວ​ໃດ ເມື່ອ​ຜູ້ຍິງ​ບໍ່​ຍອມ​ຈາກ​ບ້ານ​ມາ​ຢູ່​ນຳ​ເຮົາ​ທີ່​ດິນແດນ​ນີ້? ຈະ​ໃຫ້​ຂ້ານ້ອຍ​ພາ​ລູກຊາຍ​ຂອງທ່ານ​ໄປ​ຢູ່​ພຸ້ນ​ບໍ?”
6ອັບຣາຮາມຕອບວ່າ, “ບໍ່, ຢ່າ​ພາ​ລູກຊາຍ​ຂອງຂ້ອຍ​ກັບ​ໄປ​ທີ່​ນັ້ນ​ເດັດຂາດ 7ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ນຳພາ​ຂ້ອຍ​ໜີ​ຈາກ​ເຮືອນ​ພໍ່ ແລະ​ບ້ານເກີດ​ເມືອງນອນ​ຕະຫລອດ​ທັງ​ຍາດຕິພີ່ນ້ອງ​ຂອງຂ້ອຍ​ມາ​ຢູ່​ໃນ​ດິນ​ຕອນ​ນີ້ ຊຶ່ງ​ພຣະອົງ​ໄດ້​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງຂ້ອຍ. ພຣະອົງ​ຈະ​ໃຊ້​ເທວະດາ​ຂອງ​ພຣະອົງ​ນຳ​ໜ້າ​ໄປ ເພື່ອ​ເຈົ້າ​ຈະ​ຫາ​ເມຍ​ທີ່​ນັ້ນ ໃຫ້​ລູກຊາຍ​ຂອງຂ້ອຍ​ໄດ້.