lo_gen_text_ulb_l3/24/01.txt

1 line
1.5 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\c 24 \v 1 \v 2 \v 3 \v 4 1ມາບັດນີ້ ອັບຣາຮາມ​ກໍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ຫລາຍ​ແລ້ວ; ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ວຽກງານ​ທຸກຢ່າງ​ທີ່​ເພິ່ນ​ໄດ້​ເຮັດ. 2ເພິ່ນເວົ້າກັບຄົນຮັບໃຊ້ຜູ້ອາວຸໂສ ທີ່​ຮັບຜິດຊອບ​ຊັບສົມບັດ​ທັງໝົດ​ຂອງຕົນ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງຂ້ອຍ ແລະ​ສາບານ​ສາ. 3ຂ້ອຍຢາກໃຫ້ເຈົ້າສາບານໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ວ່າ, ເຈົ້າ​ຈະ​ບໍ່​ຫາ​ເມຍ​ທີ່​ການາອານ​ນີ້​ໃຫ້​ລູກຊາຍ​ຂອງຂ້ອຍ. 4ແຕ່ຈະໃຫ້ເຈົ້າກັບໄປທີ່ບ້ານເກີດເມືອງນອນຂອງຂ້ອຍ ແລະ​ຊອກ​ຫາ​ເມຍ​ໃຫ້​ອີຊາກ​ໃນ​ທ່າມກາງ​ພວກ​ຍາດຕິພີ່ນ້ອງ​ຂອງຂ້ອຍ.”