lo_gen_text_ulb_l3/50/01.txt

1 line
1.0 KiB
Plaintext

\c 50 \v 1 ແລ້ວໂຢເຊັບກໍໄດ້ໂສກເສົ້າເສຍໃຈເປັນຢ່າງຫລາຍ ເຂົາໄດ້ກົ້ມລົງເທິງໃບຫນ້າຂອງພໍ່ຂອງເຂົາ, ເເລະເຂົາໄດ້ຮ້ອງໄຫ້ເທິງຮ່າງກາຍຂອງພໍ່ເຂົາເເລະໄດ້ຈູບເຂົາ. \v 2 ໂຢເຊັບໄດ້ສັ່ງຄົນຮັບໃຊ້ຂອງເຂົາ ເຊຶ່ງເປັນເເພດໃຫ້ອາບນໍ້າຢາຮັກສາຊາກສົບຂອງພໍ່ຂອງເຂົາ. ດັ່ງນັ້ນພວກເເພດຈຶ່ງໄດ້ອາບນ້ຳຢາອິດສະຣາເອນ. \v 3 ພວກເຂົາໃຊ້ເວລາສີ່ສິບວັນ, ເພື່ອດອງສົບ ເເລ້ວຊາວອີຢິບທັງຫລາຍໄດ້ໄວ້ທຸກເພື່ອເຂົາເປັນເວລາເຈັດສິບວັນ.