lo_gen_text_ulb_l3/46/28.txt

1 line
1.1 KiB
Plaintext

\v 28 ຢາໂຄບ​ໄດ້​ສົ່ງ​ຢູດາ​ໄປ​ບອກ​ໂຢເຊັບ​ລ່ວງຫນ້າ ເພື່ອ​ໃຫ້​ມາ​ພົບ​ພໍ່​ຂອງຕົນ​ທີ່​ເຂດ​ໂກເຊັນ. ເມື່ອ​ພວກເຂົາ​ມາ​ຮອດ. \v 29 ໂຢເຊັບ​ຈຶ່ງ​ຂີ່​ລົດມ້າ​ອອກ​ໄປ​ພົບ​ພໍ່​ຂອງຕົນ​ທີ່​ເຂດ​ໂກເຊັນ​ທັນທີ. ເມື່ອ​ທັງສອງ​ພົບ​ກັນ ໂຢເຊັບ​ຈຶ່ງ​ຟ້າວ​ກອດ​ຄໍ​ພໍ່​ຂອງຕົນ​ໄຫ້​ສະອື້ນ​ເປັນ​ເວລາ​ນານ. \v 30 ຢາໂຄບ​ເວົ້າ​ກັບ​ໂຢເຊັບ​ວ່າ, "ບັດນີ້ ພໍ່​ພ້ອມ​ແລ້ວ​ທີ່​ຈະ​ຕາຍ, ເມື່ອ​ໄດ້​ເຫັນ​ຫນ້າ​ລູກ, ​ແລະ​ຮູ້​ວ່າ​ລູກ​ຍັງ​ມີ​ຊີວິດ​ຢູ່."