lo_gen_text_ulb_l3/46/19.txt

1 line
1.1 KiB
Plaintext

\v 19 ສ່ວນ​ຣາເຊັນ ເມຍ​ຂອງ​ຢາໂຄບ ມີ​ລູກຊາຍ​ສອງ​ຄົນ: ໂຢເຊັບ​ ແລະ​ເບັນຢາມິນ. \v 20 ຢູ່​ໃນ​ປະເທດ​ອີຢິບ ໂຢເຊັບ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ມານາເຊ ​ແລະ​ເອຟຣາອິມ ທີ່​ໄດ້​ນຳ​ນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ​ປະໂລຫິດ​ແຫ່ງ​ເມືອງ​ເຮລີໂອໂປລີ. \v 21 ລູກຊາຍ​ຂອງ​ເບັນຢາມິນ ມີ​ດັ່ງນີ້: ເບລາ, ເບເຄ, ອັດຊະເບນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮຸບປິມ, ແລະ​ອາກເດ. \v 22 ພວກ​ສິບສີ່​ຄົນ​ນີ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ ທີ່​ສືບ​ມາ​ຈາກ​ນາງ​ຣາເຊັນ.