lo_gen_text_ulb_l3/46/01.txt

1 line
1.6 KiB
Plaintext

\c 46 \v 1 ອິສະຣາເອນໄດ້ມ້ຽນ​ເອົາ​ສິ່ງຂອງ​ທັງຫມົດ​ທີ່ເພິ່ນ​ມີ​ ແລະ​ ໄດ້ໄປ​ທີ່ເມືອງ​ເບເອນເຊບາ. ບ່ອນ​ທີ່​ເພິ່ນ​ໄດ້​ຖວາຍບູຊາ​ແກ່​ພຣະເຈົ້າ​ຂອງ​ອີຊາກ​ພໍ່​ຂອງເພິ່ນ. \v 2 ພຣະເຈົ້າ​ໄດ້ເວົ້າ​ກັບ​ຢາໂຄບ​ທາງ​ຄວາມຝັນໃນ​ຄືນ​ນັ້ນ​ວ່າ, "ຢາໂຄບ, ຢາໂຄບ​ເອີຍ." ເພິ່ນ​ກ່າວ​ວ່າ, "ໂດຍ ຂ້ານ້ອຍ​ຢູ່ທີ່ນີ້," \v 3 ພຣະອົງ​ກ່າວ​ວ່າ, "ເຮົາ​ຄື​ພຣະເຈົ້າ, ພຣະເຈົ້າ​ຂອງ​ພໍ່​ເຈົ້າ. ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ລົງໄປ​ປະເທດ​ອີຢິບ, ຢູ່​ໃນ​ທີ່ນັ້ນເຮົາ​ຈະ​ເຮັດ​ໃຫ້​​ເຈົ້າ​​ເປັນ​ຊົນຊາດ​ໃຫຍ່​. \v 4 ເຮົາ​ຈະ​ໄປ​ປະເທດ​ອີຢິບ​ກັບ​ເຈົ້າ, ແລະ ​ເຮົາ​ຈະ​ນຳ​ເອົາເຈົ້າ ກັບຄືນ​ມາ​ສູ່​ດິນແດນ​ນີ້​ອີກ ແລະ ໂຢເຊັບ​ຈະ​ປິດຕາເຈົ້າດ້ວຍມືຂອງລາວເອງ."