lo_gen_text_ulb_l3/44/11.txt

1 line
1.1 KiB
Plaintext

\v 11 ຈາກນັ້ນຜູ້ຊາຍ​ແຕ່ລະ​ຄົນ​ໄດ້​ຟ້າວ​ ແລະ ຍົກເອົາ​ກະສອບ​ຂອງ​ຕົນ​ວາງລົງ​ເທິງ​ດິນ, ແລ້ວແຕ່ລະຄົນ​ໄດ້ເປີດ​ກະສອບ​ຂອງຕົນ​ອອກ. \v 12 ຄົນ​ຕົ້ນເຮືອນໄດ້ເລີ້ມ​ຄົ້ນຫາ​. ເຂົາໄດ້ເລີ່ມຕົ້ນຈາກຜູ້ທີ່ມີອາຍຸຫລາຍທີ່ສຸດ ແລະ​ ໄປຈົບທີ່ຜູ້ມີອາຍຸນ້ອຍທີ່ສຸດ, ແລະ ຈອກນັ້ນກໍຖືກ​ພົບ​ໃນ​ກະສອບ​ຂອງ​ເບັນຢາມິນ. \v 13 ດັ່ງນັ້ນພວກເຂົາ​ຈຶ່ງ​ໄດ້ຈີກ​ເສື້ອ​ຜ້າຂອງພວກເຂົາ. ຜູ້ຊາຍແຕ່ລະຄົນໄດ້ເອົາ​ກະສອບ​ບັນທຸກຂຶ້ນ​ຫລັງ​ລໍ​ຂອງເຂົາ ແລະ ​ກັບ​ເຂົ້າ​ເມືອງ.