lo_gen_text_ulb_l3/39/21.txt

1 line
1.2 KiB
Plaintext

\v 21 ແຕ່​ພຣະຢາເວໄດ້​ສະຖິດ​ຢູ່​ນຳ​ໂຢເຊັບ ​ແລະ ​ໄດ້ສຳແດງພັນທະສັນຍາທີ່ສັດຊື່ແກ່ເຂົາ. ພຣະອົງໄດ້ຊົງເຮັດໃຫ້ເຂົາເປັນທີ່ຊອບ ໃນສາຍຕາ​ຜູ້ຄຸມນັກ​ໂທດ. \v 22 ຜູ້ຄຸມນັກໂທດໄດ້ມອບນັກໂທດທັງຫມົດ​ໃຫ້​ຢູ່ໃນມືຂອງໂຢເຊັບ, ​ບໍ່ວ່າ​ພວກເຂົາຈະເຮັດ​ຫຍັງໃນທີ່ນັ້ນໂຢເຊັບໄດ້ເປັນຜູ້ຈັດການທັງຫມົດ​​. \v 23 ​ຜູ້ຄຸມນັກໂທດບໍ່ຕ້ອງກັງວົນ​ເລື່ອງໃດໆ​ທີ່​ຢູ່ໃນມືຂອງເຂົາ, ເພາະວ່າ​ພຣະຢາເວ​ໄດ້ສະຖິດ​ຢູ່​ນຳ​ເຂົາ. ບໍ່ວ່າເຂົາຈະເຮັດສິ່ງໃດ​ພຣະຢາເວ​ກໍໄດ້ຊົງ​ເຮັດ​ໃຫ້​ປະສົບຄວາມສຳ​ເລັດ​.