lo_gen_text_ulb_l3/38/24.txt

1 line
1.7 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 24 ຢູ່​ຕໍ່​ມາຫລັງຈາກນັ້ນ ປະມານ​ສາມ​ເດືອນ​ໄດ້ມີ​ຄົນ​ມາ​ບອກ​ຢູດາ​ວ່າ, "ທາມາ​ລູກໃພ້​ຂອງ​ທ່ານໄດ້ເປັນໂສເພນີ, ແລະຈິງໆນາງໄດ້ຖື​ພາເພາະເຫດນັ້ນ." ຢູດາໄດ້ເວົ້າວ່າ, "ຈົ່ງນຳນາງມາທີ່ນີ້ ແລະ ເຜົານາງເສຍ." \v 25 ເມື່ອ​​ນາງ​ໄດ້ຖືກນຳອອກ, ນາງ​ຈຶ່ງ​ສົ່ງ​ຄົນ​ໄປ​ບອກ​ກັບ​ພໍ່ປູ່​ນາງວ່າ, "ຂ້ອຍ​ຕັ້ງທ້ອງ​ກັບຜູ້ຊາຍຊຶ່ງເປັນເຈົ້າ​ຂອງສິ່ງ​ເຫລົ່ານີ້." ນາງໄດ້ເວົ້າວ່າ, "ຂໍຈົ່ງ​ພິຈາລະນາເຖີດ, ວ່າໃຜເປັນເຈົາຂອງສິ່ງເຫລົ່ານີ້ກາ​ທີ່​ມີ​ເຊືອກ​ຫ້ອຍ ​ແລະໄມ້ເທົ້າ​ນີ້​ດູ. \v 26 ຢູດາ​ຈື່ສິ່ງ​ເຫລົ່ານີ້​ໄດ້ ແລະ ​ເວົ້າ​ວ່າ, "ນາງ​ມີຄວາມຊອບທັມຫລາຍກວ່າເຮົາ, ຕັ້ງແຕ່ເຮົາ​ບໍ່ໄດ້​ຍົກ​ນາງໃຫ້ເປັນເມຍຂອງເຊຣາ, ລູກຊາຍ​ຂອງເຮົາ." ແລະ ເພິ່ນ​ບໍ່ໄດ້​ຫລັບນອນ​ກັບ​ນາງ​ອີກ​.