lo_gen_text_ulb_l3/38/12.txt

1 line
1.4 KiB
Plaintext

\v 12 ຫລັງຈາກນັ້ນເປັນເວລານານ, ລູກສາວຂອງຊູອາເມຍ​ຂອງ​ຢູດາ,​ກໍ​ຕາຍໄປ. ​ຢູດາ​ໄດ​້ຮັບການປອບປະໂລມ ແລະໄດ້ໄປຫາຄົນຕັດຂົນແກະຂອງເພິ່ນທີ່​ຕິມນາ, ເພິ່ນ ແລະເພື່ອນຂອງເພິ່ນຄືຮີຣາ​ຊາວ​ອາດຸນລຳ​. \v 13 ​ຕາມາ​ໄດ້ຮັບຂ່າວວ່າ, "ເບິ່ງແມ, ພໍ່​ປູ່ຂອງ​ເຈົ້າ​ກຳລັງ​ໄປ​ຕິມນາ ເພື່ອຕັດຂົນແກະຂອງເຂົາ." \v 14 ນາງ​ຈຶ່ງ​ປ່ຽນ​ຊຸດຍິງຫມ້າຍຂອງນາງ ​ແລະໄດ້ຫົ່ມຕົວນາງເອງດ້ວຍ​ເອົາ​ຜ້າ​ຄຸມຫນ້າ​ໄວ້. ນາງໄປ​ນັ່ງ​ທີ່ປະຕູ​ຂອງ​ບ້ານ​ເອນາອີມ​ທີ່​ຈະ​ໄປ​ເມືອງ​ຕິມນາ. ເພາະນາງ​ໄດ້ເຫັນວ່າ​ເຊລາ​ກໍ​ໃຫຍ່​ແລ້ວ ແຕ່​ນາງຍັງ​ບໍ່ໄດ້​ຖືກມອບໃຫ້ເປັນເມຍຂອງເຂົາ​ເທື່ອ.