lo_gen_text_ulb_l3/37/12.txt

1 line
1.4 KiB
Plaintext

\v 12 ພວກ​ອ້າຍ​ຂອງເຂົາໄດ້​ໄປ​ລ້ຽງ​ສັດ​ຂອງ​ພໍ່​​ທີ່​ຊີເຄມ. \v 13 ອິສະຣາເອນໄດ້ເວົ້າ​ກັບ​ໂຢເຊັບ​ວ່າ, "ພວກອ້າຍຂອງເຈົ້າກຳລັງໄປລ້ຽງສັດຢູ່ຊີເຄມ ​ເຈົ້າ​ໄປ​ຫາ​ພວກ​ອ້າຍ​ຂອງ​ເຈົ້າ ທີ່​ກຳລັງ​ລ້ຽງ​ສັດ​ຢູ່​ທີ່​ຊີເຄມບໍ່ແມ່ນບໍ? ມານີ້ເທາະ, ແລະເຮົາຈະສົ່ງເຈົ້າໄປຫາພວກເຂົາ." ໂຢເຊັບ​ໄດ້ຕອບເພິ່ນ​ວ່າ, "ລູກ​ພ້ອມ​ທີ່​ຈະ​ໄປ." \v 14 ອິສະຣາເອນໄດ້ເວົ້າ​ກັບເຂົາ​ວ່າ,"ຈົ່ງໄປດຽວນີ້​, ໄປ​ເບິ່ງ​ດູວ່າ​ພວກ​ອ້າຍ​ຂອງ​ເຈົ້າ​ກັບພວກຝູງສັດ​ຢູ່​ດີ​ກັນບໍ່? ແລ້ວ​ກັບ​ມາ​ບອກ​ເຮົາ." ສະນັ້ນຢາໂຄບຈຶ່ງ​ໄດ້​ສົ່ງ​ເຂົາ​ອອກ​ໄປ​ຈາກ​ຮ່ອມພູ​ເຮັບໂຣນ, ແລະໂຢເຊບກໍ​ໄດ້ໄປ​ຍັງຊີເຄມ.