lo_gen_text_ulb_l3/37/09.txt

1 line
1.3 KiB
Plaintext

\v 9 ເຂົາໄດ້​​ຝັນ​ອີກຄັ້ງ ແລະ​ເລົ່າ​ຄວາມຝັນ​ສູ່​ພວກ​ອ້າຍ. ​ເຂົາເວົ້າ​ວ່າ, "ຂ້ອຍໄດ້​ຝັນ​ອີກເລື່ອງຫນຶ່ງ. ຄື: ດວງ​ຕາເວັນ,ເດືອນ, ແລະ​ດວງດາວ​ສິບເອັດ​ດວງໄດ້​ກົ້ມຄຳນັບ​ຂ້ອຍ." \v 10 ເຂົາໄດ້​ເລົ່າ​ເລື່ອງນີ້ແກ່​ພໍ່ຂອງເຂົາເຫມືອນທີ່ໄດ້ເລົ່າກັບພວກ​ອ້າຍ​ຂອງເຂົາ, ແລະພໍ່ຂອງເຂົາໄດ້ຕຳນິເຂົາ. ໄດ້ເວົ້າກັບເຂົາວ່າ​,"ຄວາມຝັນທີ່ເຈົ້າ​ໄດ້​ຝັນ​ຄືຫຍັງ? ແມ່​ຂອງ​ເຈົ້າ ແລະ​ເຮົາ ແລະພວກອ້າຍຂອງເຈົ້າຈະເຂົ້າມາເພື່ອ​ກົ້ມຄຳນັບເຈົ້າ​ຊັ້ນບໍ?" \v 11 ພວກ​ອ້າຍ​ຂອງເຂົາອິດສາເຂົາ​,ແຕ່​ພໍ່​ຂອງເຂົາໄດ້​ເກັບ​ເລື່ອງ​ນີ້ໄວ້ໃນໃຈ.