lo_gen_text_ulb_l3/36/17.txt

1 line
1.2 KiB
Plaintext

\v 17 ຄົນເຫລົ່ານີ້ເປັນວົງຕະກູນຈາກເຣອູເອນ​, ລູກຊາຍ​ຂອງ​ເອຊາວຄື: ນາຮາດ, ເຊຣາ, ຊາມມາ, ແລະ​ມິດຊາ. ຄົນເຫລົ່ານີ້ເປັນວົງຕະກູນສືບ​ເຊື້ອສາຍ​ມາຈາກເຣອູເອນໃນແຜ່ນດິນແຫ່ງເອໂດມ. ພວກເຂົາເປັນຫລາຍຊາຍຂອງບາເສມາດ, ເມຍ​ຂອງ​ເອຊາວ. \v 18 ຄົນເຫລົ່ານີ້ເປັນວົງຕະກູນຂອງ​​ນາງ​ໂອໂຮລີບາມາ, ເມຍ​ຂອງ​ເອຊາວ ຄື: ເຢອຸດ, ຢາລາມ, ແລະ​ໂກຣາ. ຄົນເຫລົ່ານີ້ສືບເຊື້ອສາຍຈາກນາງໂອໂຮລີບາມາ, ລູກສາວຂອງອານານ. \v 19 ຄົນ​ເຫລົ່ານີ້ຄືລູກຊາຍ​ທັງຫມົດຂອງເອຊາວ, ແລະເປັນວົງຕະກູນຂອງພວກເຂົາ​.