lo_gen_text_ulb_l3/35/16.txt

1 line
1.6 KiB
Plaintext

\v 16 ພວກເຂົາ​ໄດ້​ເດີນທາງຈາກ​ເບັດເອນໄປ.​ໃນຂະນະທີ່ພວກເຂົາຍັງຢູ່ຫ່າງຈາກເອຟຣາທາ, ນາງ​ຣາເຊັນ​ກໍ​ເຈັບ​ທ້ອງ​ຈະ​ອອກລູກ. ນາງເຈັບທ້ອງຫລາຍ​. \v 17 ໃນຂະນະທີ່ນາງ​ໃກ້​ຈະເກີດແລ້ວນັ້ນ, ນາງ​ຜະດຸງຄັນ​ກໍ​ເວົ້າ​ກັບ​ນາງ​ວ່າ, "ບໍ່​ຕ້ອງ​ຢ້ານ,​ເພາະວ່າບັດນີ້, ເຈົ້າ​ຈະ​ໄດ້​ລູກ​ຜູ້ຊາຍ​ອີກຄົນຫນຶ່ງ." \v 18 ຂະນະທີ່ນາງກຳລັງຈະຕາຍ, ດ້ວຍລົມຫາຍໃຈຄັ້ງສຸດທ້າຍ​​ ນາງ​ໄດ້​ໃສ່​ຊື່​ໃຫ້​ເຂົາວ່າ ເບັນໂອນີ, ແຕ່​​ພໍ່​ຂອງເຂົາໄດ້ຕັ້ງຊື່​ເຂົາວ່າ ເບັນຢາມິນ. \v 19 ຣາເຊັນ​ໄດ້​ຕາຍໄປ ແລະ​ຖືກ​ຝັງໄວ້ ລະຫວ່າງ​ທາງ​ໄປ​ເມືອງ​ເອຟຣາທາ ນັ້ນຄື​ເບັດເລເຮັມ. \v 20 ຢາໂຄບໄດ້ຕັ້ງ​ເສົາເ​ທິງຫລຸມສົບຂອງນາງ. ​ເປັນ​ເຄື່ອງຫມາຍ​ຫລຸມສົບຂອງ​ນາງ​ຣາເຊັນ​ມາເຖິງ​ເທົ່າ​ທຸກ​ວັນນີ້.