lo_gen_text_ulb_l3/35/06.txt

1 line
1.3 KiB
Plaintext

\v 6 ຢາໂຄບ​ໄດ້​ມາ​ເຖິງລູເຊ​(ນັ້ນ​ຄື,ເບັດເອນ), ຊຶ່ງຢູ່ໃນແຜ່ນດິນການາອານ, ເຂົາ ແລະ​ຄົນ​ທັງຫມົດທີ່ໄດ້ຢູ່ກັບເຂົາ. \v 7 ເຂົາ​ໄດ້​ສ້າງ​ແທ່ນບູຊາທີ່ນັ້ນ ແລະ​ໄດ້ເອີ້ນສະຖານທີ່​ນັ້ນ​ວ່າ ເອນ​ເບັດເອນ, ເພາະວ່າທີ່ນັ້ນ​ພຣະເຈົ້າ​ໄດ້ຊົງປາກົດພຣະອົງເອງ​ແກ່​ເຂົາ, ເມື່ອເຂົາກຳລັງ​ຫນີຈາກ​ອ້າຍ​ຂອງເຂົາ. \v 8 ນາງ​ເດໂບຣາ​,ເອື້ອຍ​ລ້ຽງ​ຂອງ​ນາງ​ເຣເບກາ​ໄດ້​ເສຍ​ຊີວິດ. ນາງໄດ້ຖືກ​ຝັງ​ໄວ້​ໃຕ້​ຕົ້ນ​ໂອ໊ກ​ທີ່​ຢູ່​ທາງ​ທິດ​ໃຕ້​ຂອງ​​ເບັດເອນ, ສະນັ້ນ ມັນ​ຈຶ່ງຖືກເອີ້ນວ່າ, ອັບໂລນບາຄູ "ຕົ້ນຫມາກ​ກໍ່ແຫ່ງນ້ຳຕາ."