lo_gen_text_ulb_l3/35/01.txt

1 line
1.8 KiB
Plaintext

\c 35 \v 1 ພຣະເຈົ້າ​ໄດ້​ບອກກັບ​ຢາໂຄບ​ວ່າ, "ຈົ່ງ​ລຸກຂຶ້ນ,ຈົ່ງ​ໄປ​ທີ່​ເບັດເອນ, ແລະ​​ຢູ່​ທີ່​ນັ້ນ. ຈົ່ງ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າທີ່ນັ້ນ, ພຣະເຈົ້າຜູ້ໄດ້ຊົງ​ປາກົດ​ແກ່​ເຈົ້າ​ ເມື່ອ​ເຈົ້າ​ໄດ້​ຫນີຈາກ​ເອຊາວ ອ້າຍ​ຂອງ​ເຈົ້າ." \v 2 ຈາກນັ້ນ ຢາໂຄບ​ໄດ້ເວົ້າກັບ​ຄົນ​ຢູ່​ໃນ​ຄົວເຮືອນຂອງເຂົາ ແລະ​ກັບຄົນ​ທັງຫມົດທີ່​ໄດ້ຢູ່​ກັບເຂົາ,"ຈົ່ງ​ປະຖິ້ມ​ພະ​ຂອງ​ຄົນຕ່າງຊາດທັງຫລາຍ​ທີ່​ຢູ່ທ່າມກາງພວກເຈົ້າ​, ຈົ່ງ​ຊຳລະ​ຕົວພວກເຈົ້າເອງ ແລະປ່ຽນເສື້ອຜ້າຂອງພວກເຈົ້າ. \v 3 ແລ້ວໃຫ້ພວກເຮົາ​ອອກເດີນທາງ ແລະຂຶ້ນ​ໄປເຖິງ​ເບັດເອນ. ຂ້ອຍ​ຈະ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າທີ່ນັ້ນ ພຣະອົງ​ຜູ້​ໄດ້​ຊົງຕອບຂ້ອຍ​ໃນວັນແຫ່ງຄວາມທຸກຍາກຂອງເຮົາ​, ແລະໄດ້ຊົງສະຖິດ​ຢູ່​ນຳ​ຂ້ອຍບໍ່ວ່າ​​ຂ້ອຍ​ຈະໄປທີ່ໃດ."