lo_gen_text_ulb_l3/30/31.txt

1 line
1.1 KiB
Plaintext

\v 31 ດັ່ງນັ້ນລາບານ​ເວົ້າ​ວ່າ, "ຈະ​ໃຫ້​ເຮົາຈ່າຍອັນໃດແກ່ເຈົ້າ?" ຢາໂຄບໄດ້ເວົ້າ​ວ່າ, "ທ່ານ​ບໍ່​ຕ້ອງໃຫ້ອັນໃດ​ແກ່ຂ້ອຍ. ຖ້າ​ທ່ານຈະເຮັດສິ່ງນີ້ເພື່ອຂ້ອຍ, ຂ້ອຍຈະລ້ຽງ ແລະ ດູແລຮັກສາ​ຝູງສັດ​ຂອງ​ທ່ານ​ອີກຄັ້ງ. \v 32 ໃນມື້ນີ້ໃ​ຫ້ຂ້ອຍຍ່າງຜ່ານ​​ຝູງສັດ​ທັງຫມົດ, ຂອງທ່ານຂໍແຍກ​ແກະ​ທຸກຕົວທີ່ມີຈຸດ, ແລະດ່າງ ແລະ ສີດຳ​ທຸກໆ​ໂຕ​ອອກ​ຈາກ​ຝູງ, ແລະ ແບ້ທຸກຕົວທີ່ມີຈຸດ ແລະດ່າງທຸກຕົວອອກຈາກຝູງ. ເຫລົ່ານີ້ຈະ​ເປັນ​ຄ່າຈ້າງ​ຂອງ​ຂ້ອຍ.