lo_gen_text_ulb_l3/30/14.txt

1 line
1.4 KiB
Plaintext

\v 14 ໃນ​ລະດູເກັບ​ກ່ຽວ​ເຂົ້າສາລີ ຣູເບັນ​ໄດ້​ເຂົ້າໄປໃນ​ທ້ອງ​ທົ່ງນາ. ແລະ​​ພົບຕົ້ນ​ຫມາກເຂືອ​ຊະນິດ​ຫນຶ່ງ. ເຂົາ​ໄດ້​ເອົາ​ຫມາກມາ​ໃຫ້​ເລອາ​ແມ່​ຂອງເຂົາ. ນາງ​ຣາເຊັນ​ເວົ້າ​ກັບ​ເລອາ​ວ່າ, "ຂ້ອຍ​ຂໍ​ຫມາກເຂືອ​ຂອງ​ລູກຊາຍ​ເຈົ້າ​ຈັກ​ຫນ່ວຍ​ແດ່." \v 15 ນາງ​ເລອາໄດ້ເວົ້າວ່າ, "ມັນເປັນເລື່ອງເລັກນ້ອຍສຳລັບເຈົ້າ​ບໍ, ທີ່ເຈົ້າໄດ້ຍາດເອົາ​ຜົວ​ຂອງຂ້ອຍ​ໄປ? ​ແລະ ດຽວນີ້ເຈົ້າ​ຍັງ​ຈະມາຍາດເອົາຫມາກເຂືອຂອງລູກຊາຍເຮົາໄປອີກດ້ວຍບໍ?" ຣາເຊັນໄດ້​ເວົ້າ​ວ່າ, "ເພື່ອແລກປ່ຽນກັບ​ຫມາກເຂືອຂອງລູກຊາຍເຈົ້າຄືນ​ນີ້, ເຂົາ​ຈະຫລັບ​​ນອນ​ກັບເຈົ້າ."