lo_gen_text_ulb_l3/27/05.txt

1 line
1.1 KiB
Plaintext

\v 5 ຂະນະນັ້ນເຣເບກາ​ໄດ້ຍິນເລື່ອງລາວ ທີ່​ອີຊາກໄດ້ເວົ້າກັບ​ເອຊາວ​ລູກຊາຍຂອງເຂົາ. ເອຊາວໄດ້ອອກ​ໄປຍັງທ້ອງທົ່ງເພື່ອ​ລ່າສັດ ແລະ ນຳກັບມາ. \v 6 ເຣເບກາໄດ້​ເວົ້າ​ກັບ​ຢາໂຄບ​ລູກຊາຍຂອງນາງ ແລະ ເວົ້າວ່າ, "ນີ້ແ​ຫລະ, ແມ່​ໄດ້​ຍິນ​ພໍ່​ຂອງ​ເຈົ້າ​ເວົ້າ​ກັບ​ເອຊາວອ້າຍຂອງເຈົ້າ. ເພິ່ນໄດ້ເວົ້າ​ວ່າ, \v 7 'ຈົ່ງນຳເນື້ອສັດ ​ແລະ​ ເຮັດ​ອາຫານ​ທີ່​ແຊບໆ​ໃຫ້​ພໍ່, ເພື່ອທີ່​ພໍ່ຈະກິນ​ແລ້ວພໍ່​ຈະ​ອວຍພອນ​ເຈົ້າ​ຊ້ອງຫນ້າ​ພຣະຢາເວ​ກ່ອນ​ທີ່ພໍ່​ຈະ​ຕາຍ.'