lo_gen_text_ulb_l3/26/09.txt

1 line
1.6 KiB
Plaintext

\v 9 ເຈົ້າ​ອາບີເມເຫລັກ​ໄດ້ຊົງ​ເອີ້ນໃຫ້​ອີຊາກ​ມາເຂົ້າເຝົ້າພະອົງ ແລະ​ເວົ້າ​ວ່າ,"ເບິ່ງດູ, ນາງ​ຕ້ອງເປັນ​ເມຍ​ຂອງ​ເຈົ້າ​ແທ້. ແຕ່​ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, "​ນາງ​ເປັນ​ນ້ອງສາວຂອງເຈົ້າ?" ອີຊາກ​ໄດ້​ຕອບ​ພະອົງວ່າ,"ເພາະ​ຂ້ານ້ອຍໄດ້ຄິດວ່າບາງຄົນ​ອາດຈະຂ້າ ຂ້ານ້ອຍເພື່ອເອົານາງ​ໄປ." \v 10 ​ອາບີເມເຫລັກໄດ້​ກ່າ​ວວ່າ, "ເຈົ້າ​ໄດ້​ເຮັດຫຍັງ​ກັບ​ເຮົາ​ດັ່ງນີ້? ຜູ້ຊາຍຄົນ​ໃດຫນຶ່ງຄົນ​ອາດໄດ້ຫລັບ​ນອນ​ກັບເມຍ​ຂອງ​ເຈົ້າ​ໄດ້ງ່າຍໆ, ແລະ ​ເຈົ້າ​ຈະນຳຄວາມຜິດມາຜິດ​ສູ່ເຮົາ." \v 11 ດັ່ງນັ້ນ ອາບີເມເຫລັກ​ຈຶ່ງ​ໄດ້ຊົງ​ເຕືອນ​ປະຊາຊົນ​ທັງຫມົດ​ ແລະ ກ່າວ​ວ່າ, "ຜູ້ໃດ​ແຕະຕ້ອງຜູ້ຊາຍຄົນນີ້​ຫລືເມຍ​ຂອງ​ລາວ ຜູ້ນັ້ນຈະ​ຕ້ອງຮັບໂທດ​ເຖິງ​ຕາຍ."