lo_gen_text_ulb_l3/24/39.txt

1 line
1.4 KiB
Plaintext

\v 39 ຂ້ອຍໄດ້​ເວົ້າ​ກັບ​ເຈົ້ານາຍຂອງຂ້ອຍວ່າ, "ບາງທີ​ຍິງ​ນັ້ນຈະ​ບໍ່​ຕິດຕາມຂ້ອຍມາ​." \v 40 ແຕ່ທ່ານໄດ້ເວົ້າກັບ​ຂ້ອຍ​ວ່າ, "ພຣະຢາເວ, ອົງ​ທີ່​ຂ້ອຍ​ເຊື່ອຟັງ​ຕະຫລອດ​ມາ​ນັ້ນ, ຈະ​ສົ່ງ​ທູດສະຫວັນຂອງ​ພຣະອົງ​ໄປ​ກັບ​ເຈົ້າ ແລະ​ພຣະອົງ​ຈະ​ຊົງເຮັດໃຫ້ທາງຂອງ​ເຈົ້າ​ປະສົບຄວາມສຳເລັດ​. ດັ່ງນັ້ນເຈົ້າ​ຫາເມຍໃຫ້ລູກຊາຍຂອງເຮົາຈາກທ່າມກາງຍາດຂອງເຮົາ ແລະຈາກ​ເຊື້ອສາຍຄອບຄົວ​ຂອງ​ພໍ່​ເຮົາ. \v 41 ແຕ່ເຈົ້າຈະ​ເປັນອິສະຫລະ​ຈາກ​ຄຳ​ສາບານ​ຂອງເຮົາ ຖ້າ​ເຈົ້າ​ມາເຖິງຍາຕ​ຂອງເຮົາ ​​ແລະ​ພວກເຂົາ​ບໍ່ໃຫ້ນາງແກ່ເຈົ້າ. ດັ່ງນັ້ນ ເຈົ້າ​ຈະເປັນອິສະ​ຫລະ​ຈາກ​ຄຳ​ສາບານ​ຂອງເຮົາ."