lo_gen_text_ulb_l3/24/10.txt

1 line
943 B
Plaintext

\v 10 ຄົນ​ຮັບໃຊ້​ນັ້ນ ໄດ້ນຳ​ເອົາ​ອູດ​ສິບ​ໂຕ​ຂອງເຈົ້ານາຍຂອງເຂົາ ແລະອອກ​ເດີນທາງ. ເຂົາໄດ້ນຳ​ຂອງຂວັນຊະນິດຕ່າງໆ​ຈາກເຈົ້ານາຍຂອງເຂົາໄປກັບເຂົາດ້ວຍ​. ເຂົາໄດ້ອອກເດີນທາງ ​ແລະໄປຍັງ​ດິນແດນເມໂຊໂປຕາເມຍ,ໄປເມືອງຂອງນາໂຮ. \v 11 ເຂົາໄດ້ໃຫ້ພວກ​ອູດ​ຄຸເຂົ່າ​ລົງ​ ທີ່​ບໍລິເວນ​ນໍ້າສ້າງ​ນອກ​ເມືອງນັ້ນ ມັນເປັນເວລາຄ່ຳ. ເປັນເວລາທີ່​ພວກຜູ້ຍິງ​ຈະ​ອອກ​ມາ​ຕັກ​ນໍ້າ.