lo_gen_text_ulb_l3/17/24.txt

1 line
990 B
Plaintext

\v 24 ອັບຣາຮາມອາຍຸໄດ້ເກົ້າສິບເກົ້າປີເມື່ອເພິ່ນເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດ. \v 25 ອິຊະມາເອນລູກຂອງເພິ່ນອາຍຸໄດ້ສິບສາມປີເມື່ອເຂົາເຂົ້າພິທີຕັດຫນັງຫຸ້ມປາຍອົງຄະຊາດ. \v 26 ໃນວັນດຽວກັນນັ້ນທັງອັບຣາຮາມ ແລະ ອິຊະມາເອນລູກຊາຍຂອງເພິ່ນໄດ້ເຂົ້າພິທີຕັດ. \v 27 ຜູ້ຊາຍທັງຫມົດຂອງຄົວເຮືອນຂອງເພິ່ນ, ໄດ້ເຂົ້າພິທີຕັດກັບເພິ່ນລວມທັງຄົນເຫລົ່ານັ້ນທີ່ຖືກຊື້ມາຈາກຄົນຕ່າງຊາດດ້ວຍເງິນ.