lo_gen_text_ulb_l3/17/19.txt

1 line
1.4 KiB
Plaintext

\v 19 ແຕ່ພຣະເຈົ້າໄດ້ກ່າວວ່າ, "ບໍ່ແມ່ນແຕ່ຊາຣາເມຍຂອງເຈົ້າຈະເກີດລູກຊາຍໃຫ້ເຈົ້າ, ແລະ ເຈົ້າຕ້ອງຕັ້ງຊື່ເຂົາວ່າອີຊາກ. ເຮົາຈະຕັ້ງພັນທະສັນຍາຂອງເຮົາກັບເຂົາເປັນພັນທະສັນຍານິຣັນດອນກັບເຊື້ອສາຍຂອງເຂົາທີ່ເກີດພາຍຫລັງເຂົາ. \v 20 ສຳລັບອິຊະມາເອນ, ເຮົາໄດ້ຟັງເຈົ້າ. ເບິ່ງເຖີດ, ເຮົາຈະອວຍພອນເຂົາ, ແລະ ຈະເຮັດໃຫ້ເຂົາມີລູກເພີ້ມຫລາຍຄົນ, ແລະ ຈະທະວີຄູນຢ່າງຫລວງຫລາຍແກ່ເຂົາ. ເຂົາຈະເປັນພໍ່ຂອງເຈົ້າຊາຍສິບສອງເຜົ່າ, ແລະ ເຮົາຈະເຮັດໃຫ້ເຂົາເປັນຊາດທີ່ຍິ່ງໃຫຍ່. \v 21 ແຕ່ພັນທະສັນຍາຂອງເຮົາ ເຮົາຈະຕັ້ງໄວ້ກັບອີຊາກ, ຜູ້ຊຶ່ງຊາຣາຈະເກີດໃຫ້ແກ່ເຈົ້າເວລານີ້ໃນປີຫນ້າ."