lo_gen_text_ulb_l3/17/12.txt

1 line
1.4 KiB
Plaintext

\v 12 ຊາຍ​ທຸກ​ຄົນ​ໃນ​ທ່າມ​ກາງ​ພວກ​ເຈົ້າ ທີ່ໄດ້ແປດວັນຕ້ອງເຮັດພິທີຕັດຕະຫລອດທຸກຊົ່ວອາຍຸຊາຕິພັນຂອງເຈົ້າ. ນີ້ລວມເຖິງຜູ້ຊາຍທີ່ເກີດໃນຄອບຄົວຂອງເຈົ້າ ແລະ ຜູ້ຊາຍທີ່ຖືກຊື້ມາຈາກຊາວຕ່າງຊາດດ້ວຍເງິນ. ຜູ້ຊຶ່ງບໍ່ແມ່ນເຊື້ອສາຍທັງຫລາຍຂອງເຈົ້າ. \v 13 ຜູ້ຊາຍຊຶ່ງເກີດໃນຄົວເຮືອນຂອງເຈົ້າ ແລະ ຜູ້ຊາຍທີ່ຖືກຊື້ມາດ້ວຍເງິນຂອງເຈົ້າຕ້ອງເຮັດພິທີຕັດ. ດັ່ງນັ້ນພັນທະສັນຍາຂອງເຮົາຈະຢູ່ໃນເນື້ອຫນັງຂອງເຈົ້າເປັນພັນທະສັນຍານິຣັນດອນ. \v 14 ຜູ້ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດຈະຖືກຕັດອອກຈາກຊົນຊາດຂອງຕົນ ເພາະເຂົາໄດ້ລະເມີດພັນທະສັນຍາຂອງເຮົາ."