lo_gen_text_ulb_l3/17/09.txt

1 line
1.2 KiB
Plaintext

\v 9 ຈາກນັ້ນພຣະເຈົ້າໄດ້ກ່າວແກ່ອັບຣາຮາມວ່າ, "ສຳລັບເຈົ້າ, ເຈົ້າຕ້ອງຮັກສາພັນທະສັນຍາຂອງເຮົາກັບເຈົ້າ, ແລະ ເຊື້ອສາຍທັງຫລາຍຂອງເຈົ້າ ທີ່ເກີດມາພາຍຫລັງເຈົ້າ ຕະຫລອດທຸກຊົ່ວອາຍຸຄົນຂອງພວກເຂົາ. \v 10 ນີ້ຄືພັນທະສັນຍາຂອງເຮົາທີ່ເຈົ້າຕ້ອງຮັກສາລະຫວ່າງເຮົາກັບເຈົ້າ, ແລະ ເຊື້ອສາຍທັງຫລາຍ ຂອງເຈົ້າທີ່ເກີດມາພາຍຫລັງເຈົ້າຄື: ຜູ້ຊາຍທຸກຄົນທ່າມກາງເຈົ້າຈະຕ້ອງເຮັດພິທີຕັດ. \v 11 ເຈົ້າຕ້ອງເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດ, ແລະ ນີ້ຈະເປັນຫມາຍສຳຄັນຂອງພັນທະສັນຍາລະຫວ່າງເຮົາກັບເຈົ້າ.