lo_gen_text_ulb_l3/17/03.txt

1 line
1.1 KiB
Plaintext

\v 3 ອັບຣາມກົ້ມໄດ້ຂາບລົງທີ່ພື້ນດິນ ແລະ ພຣະເຈົ້າໄດ້ຊົງບອກກັບເຂົາວ່າ, \v 4 "ສຳລັບເຮົານີ້, ຄືພັນທະສັນຍາຂອງເຮົາກັບເຈົ້າ. ເຈົ້າຈະເປັນບິດາຂອງຊົນຊາດທັງຫລາຍ. \v 5 ອັບຣາມ ບໍ່ແມ່ນຊື່ຂອງເຈົ້າອີກຕໍ່ໄປ, ແຕ່ຊື່ຂອງເຈົ້າຈະເປັນອັບຣາຮາມ - ເພາະວ່າເຮົາຈະໃຫ້ເຈົ້າເປັນບິດາຂອງຫລາຍໆຊົນຊາດ. \v 6 ເຮົາຈະເຮັດໃຫ້ເຈົ້າ ທະວີເພີ່ມຂຶ້ນຢ່າງຫລວງຫລາຍ, ແລະ ເຮົາຈະໃຫ້ຊົນຊາດທັງຫລາຍຂອງເຈົ້າເກີດຂຶ້ນ, ແລະກະສັດຫລາຍພະອົງຈະອອກມາຈາກເຈົ້າ.