lo_gen_text_ulb_l3/16/05.txt

1 line
1.1 KiB
Plaintext

\v 5 ຊາຣາຍຈຶ່ງໄດ້ເວົ້າກັບອັບຣາມວ່າ, "ຄວາມທຸກນີ້ຕົກແກ່ຂ້ອຍເພາະທ່ານ. ຂ້ອຍໄດ້ຍົກສາວໃຊ້ຂອງຂ້ອຍໃຫ້ເປັນເມຍຂອງທ່ານ, ແລະ ເມື່ອນາງຮູ້ວ່ານາງຕັ້ງທ້ອງ, ຂ້ອຍກໍຖືກຫມິ່ນປະຫມາດໃນສາຍຕາຂອງນາງ. ຂໍໃຫ້ພຣະຢາເວຕັດສິນຄວາມລະຫວ່າງຂ້ອຍກັບທ່ານ." \v 6 ແຕ່ອັບຣາມໄດ້ເວົ້າກັບຊາຣາຍວ່າ, "ນີ້ເດ, ຍິງສາວໃຊ້ຂອງເຈົ້າຢູ່ໃນອຳນາດຂອງເຈົ້າ, ຈົ່ງເຮັດຕໍ່ນາງຕາມທີ່ເຈົ້າເຫັນວ່າດີທີ່ສຸດ." ດັ່ງນັ້ນຊາຣາຍຈຶ່ງຂົ່ມເຫັງນາງຢ່າງຫນັກ, ແລະ ນາງກໍໄດ້ຫນີໄປຈາກນາງ.