lo_gen_text_ulb_l3/16/01.txt

1 line
1.5 KiB
Plaintext

\c 16 \v 1 ເຖິງວັນນີ້ນາງຊາຣາຍເມຍອັບຣາມ, ຍັງບໍ່ໄດ້ມີລູກໃຫ້ແກ່ອັບຣາມ, ແຕ່ນາງມີຄົນໃຊ້ຊາວອີຢິບ, ຄົນຫນຶ່ງຊື່ຮາກາ. \v 2 ດັ່ງນັ້ນຊາຣາຍຈຶ່ງເວົ້າກັບອັບຣາມວ່າ, "ເບິ່ງເຖີດ, ພຣະຢາເວບໍ່ຍອມໃຫ້ຂ້ອຍມີລູກ. ໄປເຖີດໄປຫລັບນອນກັບສາວໃຊ້ຂອງຂ້ອຍ. ບາງທີນາງຈະເກີດລູກໃຫ້ຂ້ອຍກໍໄດ້." ອັບຣາມກໍໄດ້ຟັງສຽງຂອງຊາຣາຍ. \v 3 ນັ້ນເປັນເວລາສິບປີຫລັງຈາກທີ່ອັບຣາມໄດ້ອາໄສຢູ່ໃນແຜ່ນດິນການາອານ, ທີ່ຊາຣາຍເມຍຂອງອັບຣາມໄດ້ຍົກຮາກາສາວໃຊ້ຊາວອີຢິບຂອງນາງໃຫ້ເປັນເມຍຂອງອັບຣາມ. \v 4 ດັ່ງນັ້ນເຂົາຈຶ່ງໄດ້ຫລັບນອນກັບຮາກາ, ແລະ ນາງໄດ້ຕັ້ງທ້ອງ. ເມື່ອນາງຮູ້ວ່າຕົນຕັ້ງທ້ອງ, ນາງຈຶ່ງໄດ້ຫມິ່ນປະຫມາດນາຍຂອງນາງ .