lo_gen_text_ulb_l3/15/12.txt

1 line
947 B
Plaintext

\v 12 ຈາກນັ້ນເມື່ອດວງຕາເວັນໄດ້ລັບຂອບຟ້າແລ້ວ, ອັບຣາມຮູ້ສຶກງ່ວງນອນ ແລະ, ເບິ່ງເຖີດ, ຄວາມມືດທີ່ເລິກລ້ຳແລະ ຫນ້າຢ້ານກົວອັນໃຫຍ່ກໍໄດ້ມາຄອບງຳເພິ່ນໄວ້. \v 13 ພຣະຢາເວຈຶ່ງໄດ້ກ່າວກັບອັບຣາມວ່າ, "ຈົ່ງຮູ້ແນ່ເຖີດວ່າເຊື້ອສາຍທັງຫລາຍຂອງເຈົ້າຈະເປັນຄົນຕ່າງດ້າວຢູ່ໃນດິນແດນທີ່ບໍ່ແມ່ນຂອງພວກເຂົາ, ແລະ ຈະຖືກບັງຄັບໃຫ້ເປັນທາດ ແລະ ຖືກກົດຂີ່ຂົ່ມເຫັງເປັນເວລາສີ່ຮ້ອຍປີ.