lo_gen_text_ulb_l3/14/10.txt

1 line
1.1 KiB
Plaintext

\v 10 ຂະນະນັ້ນທີ່ຮ່ອມເຂົາສິດດິມເຕັມໄປດ້ວຍບໍ່ນໍ້າມັນດິບ, ແລະ ເມື່ອກະສັດເມືອງໂຊໂດມ ແລະ ເມືອງໂກໂມຣາຫລົບຫນີນັ້ນ, ພວກເຂົາໄດ້ຕົກລົງໃນບໍ່ນັ້ນ. ສ່ວນກະສັດຄົນອື່ນໄດ້ຫລົບລີ້ໄປຍັງພູເຂົາ. \v 11 ດັ່ງນັ້ນພວກຂ້າເສິກໄດ້ຢຶດເອົາສະບຽງອາຫານ ແລະ ສິ່ງຂອງທັງຫມົດຂອງເມືອງໂຊໂດມ, ແລະ ໂກໂມຣາແລ້ວຈາກໄປ. \v 12 ເມື່ອພວກເຂົາຈາກໄປ, ພວກເຂົາໄດ້ຈັບຕົວໂລດ, ຫລານຊາຍຂອງອັບຣາມທີ່ອາໄສຢູ່ໃນເມືອງ ໂຊໂດມ, ແລະ ຊັບສິນເງິນຄຳທັງຫມົດຂອງເຂົາໄປດ້ວຍ.