lo_gen_text_ulb_l3/13/14.txt

1 line
770 B
Plaintext

\v 14 ພຣະຢາເວໄດ້ບອກກັບອັບຣາມວ່າ ຫລັງຈາກທີ່ໂລດໄດ້ແຍກຕົວອອກໄປຈາກເຂົາແລ້ວ, "ຈົ່ງແນມເບິ່ງຈາກບ່ອນທີ່ເຈົ້າກຳລັງຢືນຢູ່ນີ້ໄປທາງທິດເຫນືອ, ທິດໃຕ້, ທິດຕາເວັນອອກ, ແລະ ທິດຕາເວັນຕົກ. \v 15 ແຜ່ນດິນທັງຫມົດທີ່ເຈົ້າແນມເຫັນນີ້, ເຮົາຈະມອບໃຫ້ແກ່ເຈົ້າ, ແລະ ແກ່ເຊື້ອສາຍທັງຫລາຍຂອງເຈົ້າຕະຫລອດໄປເປັນນິດ.