lo_gen_text_ulb_l3/12/14.txt

1 line
920 B
Plaintext

\v 14 ແລະກໍເປັນຢ່າງນັ້ນເມື່ອອັບຣາມໄດ້ເຂົ້າໄປໃນອີຢິບ, ຊາວອີຢິບເຫັນວ່າຊາຣາຍງາມຫລາຍ. \v 15 ເຈົ້າຊາຍຂອງຟາໂຣໄດ້ເຫັນນາງ ເວົ້າຍົກຍ້ອງນາງຕໍ່ຟາໂຣ, ນາງໄດ້ຖືກນຳໄປຍັງຣາຊວັງຂອງຟາໂຣ. \v 16 ຟາໂຣໄດ້ຊົງເບິ່ງແຍງອັບຣາມເປັນຢ່າງດີເພາະເຫັນແກ່ນາງ, ແລະ ໄດ້ມອບຝູງແກະ, ຝູງງົວ, ແບ້, ລວາໂຕຜູ້, ແລະ ຄົນຮັບໃຊ້ຊາຍ, ຄົນຮັບໃຊ້ຍິງ, ລວາໂຕແມ່, ແລະ ອູດທັງຫລາຍໃຫ້ກັບເຂົາດ້ວຍ.