lo_gen_text_ulb_l3/12/10.txt

1 line
1.4 KiB
Plaintext

\v 10 ໄດ້ເກີດມີການອຶດຢາກໃນແຜ່ນດິນການາອານ, ດັ່ງນັ້ນອັບຣາມລົງໄປຍັງປະເທດອີຢິບ, ເພື່ອທີ່ຈະອາໄສຢູ່ເພາະການຂາດແຄນອາຫານໄດ້ຮຸນແຮງຫລາຍຂຶ້ນໃນແຜ່ນດິນ. \v 11 ເມື່ອເພິ່ນຈະເຂົ້າໄປໃນປະເທດອີຢິບ, ເພິ່ນໄດ້ເວົ້າກັບຊາຣາຍເມຍຂອງຕົນວ່າ, "ເບິ່ງແມ, ເຮົາຮູ້ວ່າເຈົ້າເປັນຍິງທີ່ສວຍງາມ. \v 12 ເມື່ອຄົນອີຢິບເຫັນເຈົ້າພວກເຂົາຈະເວົ້າວ່ານີ້ຄືເມຍຂອງເຂົາ, ແລ້ວພວກເຂົາກໍຈະຂ້າເຮົາເສຍແຕ່ໃຫ້ເຈົ້າມີຊີວິດຢູ່. \v 13 ດັ່ງນັ້ນຈົ່ງບອກວ່າ, ເຈົ້າເປັນນ້ອງສາວຂອງເຮົາດັ່ງນັ້ນຈະເປັນການດີສຳລັບເຮົາເພາະເຈົ້າ, ແລະ ດັ່ງນັ້ນຊີວິດຂອງເຮົາຈະຖືກສະຫງວນໄວ້ເພາະເຈົ້າ."