lo_gen_text_ulb_l3/12/04.txt

1 line
1015 B
Plaintext

\v 4 ດັ່ງນັ້ນອັບຣາມຈຶ່ງໄດ້ໄປ, ຕາມທີ່ພຣະຢາເວໄດ້ຊົງບອກໃຫ້ເຂົາໄປ, ແລະ ໂລດໄດ້ໄປກັບເຂົາດ້ວຍ. ອັບຣາມມີອາຍຸໄດ້ເຈັດສິບຫ້າປີເມື່ອເຂົາອອກຈາກເມືອງຮາຣານ. \v 5 ອັບຣາມໄດ້ພານາງຊາຣາຍເມຍຂອງຕົນ, ໂລດ, ລູກຊາຍຂອງນ້ອງຊາຍຂອງເຂົາ, ພ້ອມຊັບສິນທັງຫມົດຂອງພວກເຂົາທີ່ພວກເຂົາໄດ້ສະສົມໄວ້, ແລະ ຄົນທັງຫລາຍທີ່ພວກເຂົາໄດ້ມາໃນເມືອງຮາຣານ. ພວກເຂົາໄດ້ອອກໄປສູ່ດິນແດນການາອານ, ແລະ ໄດ້ມາເຖິງແຜ່ນດິນການາອານ.