lo_gen_text_ulb_l3/12/01.txt

1 line
1020 B
Plaintext

\c 12 \v 1 ເວລານັ້ນພຣະຢາເວໄດ້ບອກອັບຣາມວ່າ, "ຈົ່ງອອກໄປຈາກປະເທດຂອງເຈົ້າ, ຈາກຍາດຕິພີ່ນ້ອງຂອງເຈົ້າ, ແລະ ຈາກຄົວເຮືອນຂອງພໍ່ເຈົ້າ, ໄປຍັງດິນແດນທີ່ເຮົາຈະຊີ້ແຈງໃຫ້ແກ່ເຈົ້າ. \v 2 ເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດທີ່ຍິ່ງໃຫຍ່, ແລະ ເຈົ້າຈະເປັນພອນ. \v 3 ເຮົາຈະອວຍພອນຄົນເຫລົ່ານັ້ນທີ່ອວຍພອນເຈົ້າ, ແຕ່ໃຜກໍຕາມທີ່ບໍ່ໃຫ້ກຽຕເຈົ້າ ເຮົາຈະສາບແຊ່ງເຂົາ. ຜ່ານທາງເຈົ້າຄອບຄົວທັງຫມົດຂອງແຜ່ນດິນຈະໄດ້ຮັບພອນ."