lo_gen_text_ulb_l3/11/05.txt

1 line
1.1 KiB
Plaintext

\v 5 ດັ່ງນັ້ນພຣະຢາເວຈຶ່ງໄດ້ສະເດັດລົງມາເພື່ອເບິ່ງຕົວເມືອງກັບຫໍຄອຍນັ້ນຊຶ່ງພົງພັນຂອງອາດາມໄດ້ສ້າງຂຶ້ນ. \v 6 ພຣະຢາເວໄດ້ກ່າວວ່າ, "ເບິ່ງເຖີດ, ພວກເຂົາເປັນປະຊາຊົນຫນຶ່ງດຽວ, ມີພາສາດຽວ, ແລະ ພວກເຂົາກຳລັງເລີ່ມຕົ້ນເຮັດສິ່ງນີ້! ໃນບໍ່ຊ້າສິ່ງທີ່ພວກເຂົາຕັ້ງໃຈຈະເຮັດ ຈະບໍ່ມີອັນໃດທີ່ເປັນໄປບໍ່ໄດ້ສຳລັບພວກເຂົາ. \v 7 ມາເຖີດ, ໃຫ້ພວກເຮົາລົງໄປ ແລະ ເຮັດໃຫ້ພາສາຂອງພວກເຂົາວຸ້ນວາຍທີ່ນັ້ນ, ເພື່ອທີ່ວ່າພວກເຂົາຈະເວົ້າບໍ່ເຂົ້າໃຈຊຶ່ງກັນ ແລະ ກັນ."