lo_gen_text_ulb_l3/09/11.txt

1 line
1.1 KiB
Plaintext

\v 11 ເຮົາຢືນຢັນພັນທະສັນຍາຂອງເຮົາທີ່ມີກັບເຈົ້າ, ຄືເນື້ອຫນັງທັງຫມົດຈະບໍ່ຖືກທຳລາຍດ້ວຍນໍ້າຖ້ວມອີກ. ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ." \v 12 ພຣະເຈົ້າຊົງກ່າວວ່າ, "ນີ້ແມ່ນເຄື່ອງຫມາຍແຫ່ງພັນທະສັນຍາຊຶ່ງເຮົາໄດ້ເຮັດຂຶ້ນລະຫວ່າງເຮົາກັບເຈົ້າ ແລະ ທຸກໆສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ, ສຳລັບຄົນທຸກຊົ່ວອາຍຸ: \v 13 ເຮົາໄດ້ຕັ້ງຮຸ້ງກິນນໍ້າໄວ້ໃນເມກ, ແລະນີ້ຈະເປັນເຄື່ອງຫມາຍແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ.