lo_gen_text_ulb_l3/03/22.txt

1 line
1.5 KiB
Plaintext

\v 22 ພຣະຢາເວພຣະເຈົ້າກ່າວວ່າ, "ບັດນີ້ມະນຸດໄດ້ກາຍເປັນຄົນຫນຶ່ງເຫມືອນພວກເຮົາ, ໃນຄວາມຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ. ດັ່ງນັ້ນຕັ້ງແຕ່ນີ້ໄປເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ພວກເຂົາຢື້ມື, ໄປປິດເອົາຫມາກໄມ້ຈາກຕົ້ນໄມ້ແຫ່ງຊີວິດ, ແລະ ກິນ ແລະ ມີຊີວິດຕະຫລອດໄປ." \v 23 ສະນັ້ນ ພຣະຢາເວພຣະເຈົ້າຈຶ່ງຊົງສົ່ງເຂົາອອກໄປຈາກສວນເອເດນ, ເພື່ອຂຸດດິນປູກຝັງເທິງພື້ນດິນໃນບ່ອນທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ. \v 24 ພຣະເຈົ້າໄດ້ຊົງຂັບໄລ່ຜູ້ຊາຍອອກຈາກສວນ, ແລ້ວພຣະອົງໄດ້ຊົງຕັ້ງພວກເຄຣຸບ ໄວ້ທາງທິດຕາເວັນອອກຂອງສວນແຫ່ງເອເດນ, ແລະ ດາບທີ່ລຸກເປັນແສງໄຟແກວ່ງໄປມາ, ຮອບທຸກທິດທາງເພື່ອເຝົ້າທາງເຂົ້າໄປເຖິງຕົ້ນໄມ້ແຫ່ງຊີວິດ.