lo_gen_text_ulb_l3/03/17.txt

1 line
1.3 KiB
Plaintext

\v 17 ພຣະອົງກ່າວກັບອາດາມວ່າ, "ເພາະວ່າເຈົ້າຟັງສຽງເມຍຂອງເຈົ້າ; ແລະ ກິນຫມາກໄມ້ນັ້ນ, ແລະ ຕາມທີ່ເຮົາສັ່ງເຈົ້າວ່າ, 'ເຈົ້າຢ່າກິນຫມາກຈາກຕົ້ນໄມ້ນັ້ນ,' ແຜ່ນດິນຈະຖືກສາບແຊ່ງເພາະເຈົ້າ; ເຈົ້າຈະຫາລຽ້ງຊີບດ້ວຍການເຮັດວຽກທຸກລຳບາກແສນເຂັນຕະຫລອດຊີວິດຂອງເຈົ້າ. \v 18 ແຜ່ນດິນຈະເກີດຕົ້ນໄມ້ທີ່ມີຫນາມ ແລະພືດທີ່ມີຫນາມໃຫ້ເຈົ້າ, ແລະ ເຈົ້າຈະໄດ້ກິນພືດໃນປ່າເປັນອາຫານ. \v 19 ເຈົ້າຈະໄດ້ກິນອາຫານໂດຍຢາດເຫື່ອ, ຂອງໃບຫນ້າຂອງເຈົ້າຈົນກວ່າເຈົ້າຄືນໄປສູ່ດິນທີ່ເຈົ້າຖືກສ້າງຂຶ້ນມາ; ເພາະເຈົ້າເປັນຜົງຂີ້ດິນ, ແລະ ເຈົ້າຈະຄືນໄປເປັນ ຜົງຂີ້ດິນອີກ."