lo_gen_text_ulb_l3/01/11.txt

1 line
824 B
Plaintext

\v 11 ພຣະເຈົ້າກ່າວວ່າ, "ໃຫ້ແຜ່ນດິນເກີດພືດທຸກຊະນິດ: ທັງແນວເປັນເມັດ ແລະ ແນວເປັນຫມາກຕາມຊະນິດຂອງມັນ." ກໍເປັນຢ່າງນັ້ນ. \v 12 ແຜ່ນດິນໂລກກໍໃຫ້ເກີດ ພືດຕ່າງໆທີ່ໃຫ້ເມັດຕາມຊະນິດຂອງມັນ, ແລະ ຕົ້ນໄມ້ທັງຫລາຍທີ່ມີຜົນ, ທີ່ມີເມັດຢູ່ໃນຫມາກຕາມຊະນິດຂອງມັນ. ພຣະເຈົ້າຊົງເຫັນວ່າດີ. \v 13 ມີເວລາຄ່ຳ ແລະ ມີເວລາເຊົ້າ, ເປັນມື້ທີສາມ.